ບລັອກສຳລັບຮຽນພາສາອັງກິດອອນລາຍ

Writing - How to write correctly

 ທັກສະການຂຽນ ເປັນໜຶ່ງໃນທັກສະທີ່ສຳຄັນໃນພາສາອັງກິດ. ຫລາຍຄົນເວົ້າໄດ້ ເວົ້າເກັ່ງ ແຕ່ຂຽນບໍ່ເປັນ ກໍຄືບໍ່ຖືກຫລັກໄວຍາກອນຂອງພາສາອັງກິດ. ດ້ວຍເຫດນີ້ການພັດທະນາທັກສະການຂຽນຈິ່ງເປັນສິ່ງຈຳເປັນສຳລັບທຸກຄົນ ໂດຍສະເພາະຜູ້ທີ່ເຮັດວຽກວິຊາການຂີດຂຽນ. ການເລີ່ມຕົ້ນຝຶກຫັດທີ່ດີກໍຄືຮຽນຂຽນປະໂຫຍກຖືກຕ້ອງສາກ່ອນ ຫລາຍ sentence ຈິ່ງເປັນ paragraph ຫລາຍ paragraph ຈິ່ງເປັນ essay.

# How to write a strong sentence  
   ການຂຽນປະໂຫຍກທີ່ດີຕ້ອງຂຽນໃຫ້ຖືກຕ້ອງຕາມໂຄງຂອງພາສາອັງກິດ. ປະໂຫຍກໜຶ່ງມີ 2 ພາກສ່ວນຄື ສ່ວນທີ່ປະທານ (Subject) ແລະພາກສ່ວນຂະຫຍາຍຂອງປະໂຫຍກ (Predicate) ແລະ ໂຄງສ້າງພື້ນປະໂຫຍກພື້ນຖານມີ 5 ແບບ.

    1)  Subject + Verb (v.i ຫລື ກິຣິຍາກຳມະຄົບ)

          a. We laugh.                      ພວກເຮົາຫົວ.
          b. It rains cats and dogs.   ຝົນຕົກໜັກ.

    2)  Subject + Verb + Object

          a.  My brother wants a new motorbike.   ອ້າຍຂອງຂ້ອຍຕ້ອງການລົດຈັກຄັນໃໝ່.
          b.  She eats a cake.        ລາວກິນເຄັກ. 

    3)  Subject + Verb + Subjective Complement  

          a.  She is a nurse.          ລາວເປັນພະຍາບານ.
          b.  Dr. John became our new professor.   ດຣ. ຈອນເປັນອາຈານຄົນໃໝ່ຂອງພວກເຮົາ.

        #  ຄຳກິຣິຍາແມ່ນ Verb to be & Linking Verbs (Become, seem, taste, sound, remain, feel...) 
            ສ່ວນ Subjective Complement ອາດຈະເປັນ ຄຳນາມ ຫລື ຄຳຄຸນນາມກໍໄດ້.

    4)  Subject + Verb + Indirect Object + Direct Object

           a.  The boss buys his secretary a gift.   ຫົວໜ້າຊື້ຂອງຂວັນໃຫ້ເລຂາຂອງລາວ.
          b.  Tana gives the teacher a gift.           ທ້າວຕານະເອົາຂອງຂວັນໃຫ້ຄູ.
     5)  Subject + verb + Object + Objective Complement 
            a.  Mr. Trump called Mr. Kim Jong Un a chairman.
                 ທ່ານທຣຳຮຽກທ່ານຄີມ ຈອງ ອູນ ວ່າ ທ່ານປະທານ.

           b.  Nancy calls her brother lazy.     ແນນຊີເອີ້ນນ້ອງຊາຍລາວວ່າຄົນຂີ້ຄ້ານ.
# How to write a paragraph
    
# How to write an essay
------------------------

Popular Posts

Follow on YouTube

Featured Post

A contryman's dream

None knows what would happens tomorrow Like a poor countryman never know what he will be when he grows Nevertheless, he dreamed he woul...

Total Pageviews