ບລັອກສຳລັບຮຽນພາສາອັງກິດອອນລາຍ

Listening - How to listen

ທັກສະການຟັງ: ທຳມະດາການຮຽນພາສາໃດໜຶ່ງ ເມື່ອເຮົາເວົ້າໄດ້ ກໍຕ້ອງຟັງໄດ້ຢ່າງສະບາຍ ແຕ່ວ່າສຳລັບພາສາອັງກິດແລ້ວ ເຖິງວ່າເຮົາຈະອ່ານໄດ້, ເວົ້າໄດ້ ແລະຂຽນເປັນບໍ່ໝາຍຄວາມວ່າຈະເຂົ້າໃຈສິ່ງເຮົາໄດ້ຟັງໄດ້ທັງໝົດ. ການຟັງຂ່າວຈາກວິທະຍຸ, ການຟັງບັນລະຍາຍໃນຫ້ອງສຳມະນາ ຫລືໃນກອງປະຊຸມສາກົນຕ່າງໆ ໃນຫົວຂໍ້ທີ່ເຮົາບໍ່ຄຸ້ນເຄີຍແລະບໍ່ມີຄວາມຮູ້ໃນເລື່ອງນັ້ນມາກ່ອນນັ້ນບໍ່ແມ່ນເລື່ອງງ່າຍປານໃດ ແຖມບວກກັບສຳນຽງທີ່ເຮົາລື້ງແລ້ວແຮ່ງຍາກຂື້ນ. ດັ່ງນັ້ນ,​ຄວາມອາດສາມາດໃນການຟັງຈິ່ງມີຄວາມສຳຄັນທີ່ສຸດ. 

Raphael Ahmed ໄດ້ແນະນຳໄວ້ 5 ວິທີດັ່ງນີ້:
1. Predicting content ເດົາເນື້ອໃນ ເຮົາອາດຈະເດົາຫົວຂໍ້, ຄຳສັບທີ່ກ່ຽວຂ້ອງ, ຊະນິດພາສາທີ່ຜູ້ເວົ້າໃຊ້ໃນບົດສົນທະນາຫລືການບັນລະຍາຍ.  ພວກເຮົາອາດຈະຝຶກທັກສະການເດົາເຊັ່ນຂະນະທີ່ເຮົາເບິ່ງຫລືຟັງວິດີໂອ ໃຫ້ຟັງເທື່ອລະໜ້ອຍ ແລ້ວພະຍາຍາມເດົາເບິ່ງວ່າປະໂຫຍກຫລືຄຳສັບໃນຕໍ່ໄປ.

2. Listening for gist ຟັງເອົາໃຈຄວາມຄືຟັງເບິ່ງພາບລວມຂອງເລື່ອງ ແລະພະຍາຍາມເຈາະຈົງເອົາຄຳສັບທີ່ເປັນເນື້ອໃນເຊັ່ນ: ຄຳນາມ, ຄຳກິຣິຍາແລະຄຳຄຸນນາມ.

3. Detecting signposts ຄົ້ນຫາຄຳສັບທີ່ເປັນສັນຍານຕົວຢ່າງ: for instance, on the other hand, however, to sum up...

4. Listening for details  ຟັງລາຍເອົາລະອຽດ. ຖ້າທ່ານສອບເສັງຟັງໃຫ້ອ່ານຂໍ້ຄຳຖາມທັງໝົດກ່ອນ ແລ້ວຈິ່ງຟັງເພື່ອເອົາຂໍ້ມູນສະເພາະທີ່ຕ້ອງການເທົ່ານັ້ນ.

5. Inferring meaning ຟັງສະຫລຸບເອົາຄວາມໝາຍ

“ການໝັ່ນຝຶກຟັງຫລືເບິ່ງຕະຫລອດບໍ່ວ່າຈະເປັນຂ່າວ, ໜັງ, ບັນລະຍາຍແລະອື່ນໆ” ໜ້າຈະເປັນປະໂຫຍດຕໍ່ການພັດທະນາທັກສະການຟັງໄດ້ຫລາຍທີ່ສຸດ.

---------------------------------

Popular Posts

Follow on YouTube

Featured Post

A contryman's dream

None knows what would happens tomorrow Like a poor countryman never know what he will be when he grows Nevertheless, he dreamed he woul...

Total Pageviews