ບລັອກສຳລັບຮຽນພາສາອັງກິດອອນລາຍ

Introduction

Parts of speech ແປຕາມໂຕແປວ່າ ສ່ວນຂອງຄຳເວົ້າ ເຊິ່ງພາສາອັງກິດນັ້ນ ເພິ່ນນິຍົມແບ່ງອອກເປັນ 8 ສ່ວນຄື:

1. Noun (n) ຄຳນາມ
          ຄືຄຳທີ່ໃຊ້ເອີ້ນຊື່ຂອງຄົນ, ສັດ, ສະຖານທີ່, ສິ່ງຂອງ, ເຫດການ, ການກະທຳ ແລະອື່ນໆເຊັ່ນ:
      ຄົນ:              man, woman, boy, girl, police, doctor, Mr. John...
      ສັດ:              dog, cat, elephant, fish, bird, tiger...
      ສະຖານທີ່:     park, hotel, temple, school, office...
      ສິ່ງຂອງ:        table, chair, book, computer, pen, fan...
      ເຫດການ:      war, accident, earthquake, event...
      ການກະທຳ:   arrival, departure, eating, drinking, walk...

2. Pronoun (pro) ຄຳແທນນາມ
         ຄືຄຳທີ່ໃຊ້ແທນຄຳນາມ ເພື່ອບໍ່ໃຫ້ເຮົາໄດ້ເອີ້ນຊ້ຳໄປຊ້ໍາມາຄວາມເກົ່າໃນເວລາເຮົາເວົ້າຫລືຂຽນເຊັ່ນ:
    I, me, He, She, It, We, You, They, them ເປັນຕົ້ນ

3. Verb (v) ຄຳກິຣິຍາຫລືຄຳກຳມະ
         ຄືຄຳຫລືກຸ່ມຄຳທີ່ໃຊ້ສະແດງການກະທຳ ເຊິ່ງສະແດງອອກມາທາງກາຍ, ວາຈາ ແລະໃຈເຊັ້ນ: be, have, go, eat,
    speak, think, decide...

4. Adjective (adj) ຄຳຄຸນນາມ
          ຄືຄຳທີ່ໃຊ້ຂະຫຍາຍຄຳນາມ ເພື່ອໃຫ້ເຮົາເຫັນຄວາມໝາຍຂອງຄຸນສົມບັດຄຳນາມນັ້ນຊັດເຈນຂື້ນເຊັ່ນ: good
     man, tall woman, black dog, beautiful park...

5. Adverb (adv) ຄຳກິຣິຍາວິເສດ
          ຄືຄຳທີ່ໃຊ້ຂະຫຍາຍຄຳກິຣິຍາ, ຄຳຄຸນນາມ ຫລື ຄຳກິຣິຍາວິເສດດ້ວຍກັນເອງ ເພື່ອໃຫ້ຮູ້ວ່າການກະທຳນັ້ນເປັນ
    ຢ່າງໃດ, ເກີດຂື້ນຢູ່ໃສ, ເມື່ອໃດເຊັ່ນ:
          a) A man runs slowly.
          b) This park is very beautiful.
          c) She drives a car very fast.

6. Preposition (prep) ຄຳບຸພະບົດ
          ເປັນຄຳທີ່ໃຊ້ເຊື່ອມຄຳນາມ, ຄຳແທນນາມ ແລະຄຳວະລີເຂົ້າດ້ວຍກັນເພື່ອໃຫ້ມີຄວາມໝາຍສົມບູນຍິ່ງຂື້ນເຊັ່ນ: on,
    in, at, above, with, without, under...

 7. Conjunction (conj) ຄຳເຊື່ອມ
         ເປັນຄຳທີ່ໃຊ້ເຊື່ອມຕໍ່ຄຳ (words), ກຸ່ມຄຳ (phrases) ຫລືປະໂຫຍກ (sentences) ເຂົ້າດ້ວຍກັນຄື: (FANBOYS:
     For, And, Nor, But, Or, Yet, So) ເປັນຕົ້ນ.

8. Interjection (int) ຄຳອຸທານ!
         ເປັນຄຳທີ່ໃຊ້ເພື່ອສະແດງອາຣົມຫລືຄວາມຮູ້ສຶກຂອງຜູ້ເວົ້າ ບໍ່ວ່າຈະເປັນດີໃຈ, ຕື່ນເຕັ້ນຫລືຕົກໃຈຄື: Wow, Oh,
    Dam, my goodness, my god...

Cr. google image

Share:

Related Posts:

Popular Posts

Follow on YouTube

Featured Post

A contryman's dream

None knows what would happens tomorrow Like a poor countryman never know what he will be when he grows Nevertheless, he dreamed he woul...

Total Pageviews

3037