ບັນດາທ່ານທີ່ຮັກແພງ,
ປະຈຸບັນນີ້ພາສາອັງກິດແມ່ນມີບົດບາດສຳຄັນທີ່ສຸດສຳລັບຕິດຕໍ່ພົວພັນ ການສືກສາ ແລະການເຮັດວຽກກັບຕ່າງປະເທດ. ຄົນລາວເຮົານັບແຕ່ແມ່ຄ້າຈົນຮອດພະນັກງານລ້ວນແຕ່ຕ້ອງການເວົ້າພາສາອັງກິດກັບລູກຄ້າແລະເພື່ອນຮ່ວມງານຊາວຕ່າງປະເທດທີ່ບໍ່ຮູ້ພາສາລາວ.
ປະຈຸບັນນີ້ການຮຽນພາສາອັງກິດແມ່ນມີຄວາມສະດວກສະບາຍຫລາຍກວ່າ 10 ປີຜ່ານມາຫລາຍເທົ່າ ຍ້ອນມີຄວາມກ້າວໜ້າທາງເຕັກໂນໂລຢີ ເຊິ່ງນອກຈາກທ່ານຮຽນນຳຄູແລ້ວ ຍັງສາມາດຮຽນດ້ວຍຕົນເອງໂດຍຜ່ານ Website, Web Blog, YouTube, Apps ແລະອື່ນໆ. ຫລາຍຄົນເວົ້າວ່າ ຢາກໄດ້ພາສາອັງກິດ ແຕ່ບໍ່ຢາກຮຽນ ຫລື ຮຽນກໍຮຽນໜ້ອຍດຽວ ແລ້ວເວົ້າໄດ້ໂລດ ເຊິ່ງໃນຄວາມເປັນຈິງແລ້ວເປັນໄປບໍ່ໄດ້.
ບລັອກ English For Laos ນີ້ໜ້າຈະເປັນປະໂຫຍດແກ່ທ່ານທີ່ຕ້ອງການຮຽນດ້ວຍຕົນເອງບໍ່ຫລາຍກໍໜ້ອຍ ແລະຊ່ວຍປະກອບສ່ວນເຂົ້າໃນການພັດທະນາແລະຍົກສູງລະດັບພາສາອັງກິດຂອງຄົນລາວໃຫ້ສູງຂື້ນ. ຂ້າພະເຈົ້າເຊື່ອໝັ້ນວ່າ ບໍ່ວ່າຫົນທາງຈະໄກປານໃດກໍຕາມ ຖ້າເຮົາມີຄວາມມຸ່ງໝັ້ນແລະອົດທົນມື້ໜຶ່ງກໍຈະໄປຮອດ. ຖ້າຫາກທ່ານກຳລັງຊອກຫາເວບໄຊເພື່ອຮຽນພາສາອັງກິດເພີ່ມເຕີມ, ບລັອກນີ້ຄືຄຳຕອບຂອງທ່ານແລ້ວ.
ຖ້າຫາກມີສິ່ງໃດຜິດພາດປະການໃດ, ຂ້າພະເຈົ້າຂໍອະໄພມານະໂອກາດນີ້ດ້ວຍ ແລະຫວັງຢ່າງຍິ່ງວ່າຈະໄດ້ຮັບຄຳຕຳນິຕິຊົມແລະຄຳແນະນຳອັນລ້ຳຄ່າຈາກບັນດາທ່ານໃນໂອກາດຕໍ່ໄປ.
ຂໍອວຍພອນໃຫ້ທ່ານຈົ່ງປະສົບຜົນສຳເລັດ!
ອາຈານ ພອນໄຊ ໃຈດີ
B.A in English, NOUL 2005
Certificate of English, Universiti Brunei Darussalam, 2009
M.A in International Development, Japan 2015
(Founder)
ຫ. ຫລວງວິເສດ
(Moderator)