ບລັອກສຳລັບຮຽນພາສາອັງກິດອອນລາຍ

Reading - How to read

ທັກສະການອ່ານ ເປັນສິ່ງຈຳເປັນໃນຊີວິດປະຈຳວັນເປັນຕົ້ນໜັງສືພີມ, ວາລະສານ ຫລືການສອບເສັງຂັ້ນຕ່າງໆ ຍັງບໍ່ທັນເວົ້າເຖິງການອ່ານໃນເອກະສານທາງການ.  ທັກສະການອ່ານນັ້ນຄົນລາວເຮົາກໍມີວິທີຂອງແຕກຕ່າງກັນ ແຕ່ໃນພາສາອັງກິດເພິ່ນສະຫລຸບເປັນຫລັກການພື້ນຖານຄັກແນ່ 2 ວິທີຄື: Skimming ແລະ Scanning.

#Skimming ແມ່ນຫຍັງ?


   Skimming ຄືການກວດເບິ່ງພາບລວມຂອງເລື່ອງແບບໄວໆ ເພື່ອຢາກຮູ້ວ່າເລື່ອງນັ້ນເວົ້າເຖິງຫຍັງ ໂດຍເນັ້ນວິທີການດັ່ງນີ້:


1) ເບິ່ງຮູບເພາະຮູບໄດ້ສື່ຄວາມໝາຍຂອງເນື້ອເລື່ອງ


2) ເບິ່ງຫົວຂໍ້ (Title) 


3) ກວດເບິ່ງ paragraph ທຳອິດແບບໄວໆ ເພາະວ່າມັນເປັນເນື້ອໃນສຳຄັນ (Main idea) ຫລື ພາກສະເໜີຂອງເລື່ອງ.


4) ອ່ານ 1-3 ປະໂຫຍກທຳອິດຂອງແຕ່ລະ Paragraph ຈະຊ່ວຍໃຫ້ເຫັນໂຄງສ້າງຂອງເລື່ອງ ເພາະວ່າແຕ່ລະ Paragraph ຈະມີເນື້ອໃນຕ່າງກັນ. ພະຍາຍາມອ່ານຈັບຄຳສັບຫລັກໆຂອງມັນໃຫ້ໄດ້.


5) ອ່ານກວາດເບິ່ງ Paragraph ສຸດທ້າຍ ເພາະມັນຄືການສະຫລຸບເລື່ອງທັງໝົດ. 


    ໃນຕົວຈິງຄົນລາວເຮົາກໍໄດ້ໃຊ້ເທັກນິກຕ່າງໆນີ້ຢູ່ ພຽງແຕ່ເຮົາບໍ່ຮູ້ສຶກຕົວເທົ່ານັ້ນ.


#Scanning ແມ່ນຫຍັງ?


    Scanning ແມ່ນການອ່ານເນື້ອເລື່ອງທັງໝົດຢ່າງລາຍລະອຽດ ເຊິ່ງອາດຈະອ່ານກັບໄປກັບມາຫລາຍຄັ້ງເພື່ອຊອກຫາຄຳຕອບທີ່ເຮົາຕ້ອງການຢາກຮູ້ ໂດຍມີວິທີການດັ່ງນີ້:


1) ອ່ານເນື້ອເລື່ອງ ເພື່ອຊອກຫາຄຳສັບສຳຄັນ (key word)


2) ເດົາເບິ່ງວ່າຄຳຕອບທີ່ເຮົາຕ້ອງການນັ້ນຈະຢູ່ Paragraph ໃດທີ່ເຮົາຫາກໍ skimming ມາແລ້ວ


3) ຖັດຈາກນັ້ນກໍໄປຫາຄຳຕອບຢູ່ Paragraph ນັ້ນເລີຍ


#ໂດຍປົກກະຕິເຮົາກໍໃຊ້ທັງ Skimming ແລະ Scanning ຢູ່ແລ້ວ. ຕົວຢ່າງເຮົາອ່ານໜັງສືພີມພາສາລາວເຮົາກໍເບິ່ງຮູບ, ຫົວຂໍ້ ແລະເບິ່ງບາງຈຸດ ຖ້າເຮົາສົນໃຈ ເຮົາຈິ່ງອ່ານຕໍ່. ຕາມໂຄງສ້າງຂອງມັນແລ້ວ, Paragraph ທຳອິດແມ່ນເປີດເລື່ອງ ພາສ່ວນກາງແມ່ນເນື້ອເລື່ອງ ແລະ Paragraph ສຸດທ້າຍແມ່ນສະຫລຸບເລື່ອງ.


--------------------------------

Popular Posts

Follow on YouTube

Featured Post

A contryman's dream

None knows what would happens tomorrow Like a poor countryman never know what he will be when he grows Nevertheless, he dreamed he woul...

Total Pageviews